ການທ່ອງທ່ຽວໃນປະເທດລາວ

ເມືອງຫລວງພະບາງ
ວັງວຽງ

ການທ່ອງທ່ຽວໃນປະເທດລາວ ກາຍເປັນສ່ວນສຳຄັນຂອງເສດຖະກິດລາວ. ໃນປີ 2024, ຈຳນວນນັກທ່ອງທ່ຽວເກີນ 5 ລ້ານຄົນ, ຊ່ວຍເສີມເສດຖະກິດກວ່າ 1 ຕື້ໂດລາສະຫະລັດ.[1]

ການທ່ອງທ່ຽວເປັນອັນດັບ 3 ຂອງລາຍຮັບຕ່າງປະເທດຂອງລັດຖະບານລາວ, ຫຼັງຈາກການຂຸດຄົ້ນບໍ່ແຮ່ ແລະ ການຜະລິດໄຟຟ້າ. ໃນປີ 2019, ນັກທ່ອງທ່ຽວຕ່າງປະເທດ 4.79 ລ້ານຄົນໄດ້ເຂົ້າມາລາວ, ໃຊ້ຈ່າຍ 931 ລ້ານໂດລາສະຫະລັດ, ຄິດເປັນ 9.1% ຂອງເສດຖະກິດລາວ, ແລະ ສ້າງວຽກເຮັດງານກວ່າ 300,000 ຕຳແໜ່ງ.[2]

ໃນປີ 2019, ນັກທ່ອງທ່ຽວຕ່າງປະເທດສ່ວນໃຫຍ່ມາຈາກ 4 ປະເທດຄື: ໄທ (45%), ຈີນ (21.3%), ຫວຽດນາມ (19.3%), ແລະ ເກົາຫຼີໃຕ້ (4.2%).[3][2]

ລົດໄຟລາວ-ຈີນ ໄດ້ຊ່ວຍໃຫ້ມີນັກທ່ອງທ່ຽວເຂົ້າມາລາວຫຼາຍຂຶ້ນ, ໂດຍສະເພາະຈາກຈີນ, ແລະ ຊ່ວຍໃຫ້ການຂົນສົ່ງລະຫວ່າງວຽງຈັນ, ວັງວຽງ, ແລະ ຫຼວງພະບາງສະດວກຂຶ້ນ. [4]ລົດໄຟເປີດໃຊ້ງານໃນປີ 2021, ແລະ ບໍລິການຂ້າມຊາຍແດນລະຫວ່າງລາວ-ຈີນເລີ່ມໃນປີ 2023. ທຽບໃສ່ປະເທດເພື່ອນບ້ານຢ່າງໄທ, ລາວຍັງຄົງເປັນປະເທດທີ່ເຂົ້າຍາກກວ່າໂດຍທາງຍົນ, ໂດຍສະເພາະສາຍບິນຍາວ. ໃນປີ 2024, ມີບ່ອນນັ່ງຍົນໄປໄທກວ່າ 46 ລ້ານບ່ອນ, ແຕ່ມາລາວບໍ່ເກີນ 1.8 ລ້ານບ່ອນ. ສ່ວນໃຫຍ່ມາຈາກຈີນ ຫຼື ໄທ, ໝາຍຄວາມວ່ານັກທ່ອງທ່ຽວສ່ວນໃຫຍ່ຈະບໍ່ມາລາວຢ່າງດຽວ, ແຕ່ຈະລວມການໄປປະເທດໃກ້ຄຽງອີກ, ເພາະຕ້ອງຜ່ານປະເທດເຫຼົ່ານັ້ນເພື່ອມາລາວ.

ອ້າງອິງ