ຄ.ສ. 2008


ຄ.ສ. 2008 ກົງກັບປີ ພຸດທະສັກກະຫຼາດ (ພ.ສ.) 2550 - 2551 ຕາມປະຕິທິນລາວ ແມ່ນປີອະທິກສຸລະທິນ ທີ່ວັນທຳອິດແມ່ນວັນອັງຄານ ຕາມປະຕິທິນເກຣກໍຣຽນ ແລະເປັນ ປີຊວດ ສຳລິດສົກ ຈຸນລະສັກກະຫຼາດ 1370 (ວັນທີ່ 15 ເມສາ ແມ່ນວັນບຸນປີໃໝ່) ປີ 2008 ຢູ່ໃນຄຣິດສັດຕະວັດທີ່ 21

ຜູ້ນຳປະເທດ

ເຫດການສຳຄັນ

ມັງກອນ

ມີນາ

  • ມີຜູ້ປະທ້ວງຊາວທິເບດ ຈຳນວນຫຼາຍ ຮຽກຮ້ອງໃຫ້ປະເທດຈີນໃຫ້ເອກກະລາດແກ່ທິເບດ ແຕ່ອົງດາໄລ ລາມະ ຊົງຫ້າມບໍ່ໃຫ້ມີການປະທ້ວງຂຶ້ນອີກ

ເມສາ

  • ເກິດວິກິດລາຄາອາຫານລຸກລາມທົ່ວໂລກ ມີການປະກາດ "ຍຸກແຫ່ງອາຫານລາຄາຖຶກ ໄດ້ໝົດລົງແລ້ວ"
  • 14 - 16 ເມສາ - ເທດສະການວັນບຸນປີໃໝ່ລາວ ພ.ສ. 2551
  • 30 ເມສາ - ບໍລິສັດ ໄປສະນີໄທ ຈຳກັດ (ມະຫາຊົນ) ເລິກການໃຫ້ບໍລິການໂທລະເລກ (Telegraph) ໃນປະເທດໄທ ຢ່າງເປັນທາງການ ຫຼັງຈາກໃຫ້ບໍລິການມາ 133 ປີ

ພຶດສະພາ

  • 25 ພຶດສະພາ - ພັນທະມິດປະຊາຊົນເພື່ອປະຊາທິປະໄຕ ເຊິ່ງແມ່ນກຸ່ມຜູ້ຕໍ່ຕ້ານລັດຖະບານ ທ່ານ ສະໝັກ ສູນທໍລະເວດ ໄດ້ໂຮມຊຸນນຸມປະທ້ວງການແກ້ລັດຖະທຳມະນູນຂອງລັດຖະບານ ຢູ່ອະນຸສາວະລີປະຊາທິປະໄຕ ຖະໜົນລາຊະດຳເນິນກາງ ນະຄອນຫລວງບາງກອກ
  • 28 ພຶດສະພາ - ສະພາຮ່າງລັດທະທຳມະນູນແຫ່ງເນປານ ເຫັນດີໃນການຍົກເລີກລະບົບກະສັດ ທີມີມາກວ່າ 240 ປີ ແລະປ໋ຽນແປງການປົກຄອງເປັນລະບອບສາທາລະນະລັດປະຊາທິປະໄຕ ໃຊ້ຊື່ວ່າ ສະຫະພັນສາທາລະນະລັດປະຊາທິປະໄຕເນປານ

ກໍລະກົດ

  • 23 ກໍລະກົດ - ທ່ານ ຣາມ ບາຣານ ຍາດາບ ປະທານາທິບໍດີຜູ້ທຳອິດຂອງ ສະຫະພັນສາທາລະນະລັດປະຊາທິປະໄຕເນປານ ສາບານຕົວເຂົ້າຮັບຕຳແໜ່ງ

ສິງຫາ

  • 8 - 24 ສິງຫາ - ມະຫະກຳກີລາໂອລິມປິກລະດູຮ້ອນ ຄັ້ງທີ XXIX ຢູ່ນະຄອນຫລວງປັກກິ່ງ ສປ ຈີນ
  • 18 ສິງຫາ - ທ່ານ ພຸຊະພາ ຄາມາລ ດາຮາລ (ປຣະຈັນດາ) ປະທານພັກກອມມູນິດເນປານ (ລັດທີເໝົາ) ສາບານຕົນເຂົ້າຮັບຕຳແໜ່ງນາຍກລັດຖະມົນຕີຂອງ ສະຫະພັນສາທາລະນະລັດປະຊາທິປະໄຕເນປານ

ກັນຍາ

  • 18 ກັນຍາ - ທ່ານ ສົມຊາຍ ວົງສະຫວັດ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທີ 26 ຂອງໄທ

ຕຸລາ

  • 7 ຕຸລາ - ພັນທະມິດປະຊາຊົນເພື່ອປະຊາທິປະໄຕ ໂຮມຊຸມນຸມປິດລ້ອມອາຄານລັດຖະສະພາໄທ ເພື່ອບໍ່ໃຫ້ລັດຖະບານ ທ່ານ ສົມຊາຍ ວົງສະຫວັດ ຖະແຫລງນະໂຍບາຍຕໍ່ລັດຖະສະພາຕາມບົດບັດຍັດໃນລັດຖະທຳມະນູນໄດ້ ຈົນເກີດການສະຫລາຍການຊຸມນຸມ ມີຜູ້ເສຍຊີວິດ 2 ຄົນ

ພະຈິກ

  • 4 ພະຈິກ - ການເລືອກຕັ້ງປະທານາທິບໍດີຄົນທີ 44 ຂອງສະຫະລັດອາເມລິກາ ເຊິ່ງທ່ານ ບາຣັດ ໂອບາມາ ໄດ້ຮັບເລືອກ

ທັນວາ

  • 2 ທັນວາ -
    • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຄົບຮອບ 33 ປີ
    • ສານລັດຖະທຳມະນູນໄທ ຕັດສິນຍຸບພັກພະລັງປະຊາຊົນ ພັກຊາດໄທ ແລະພັກມັດຊິມາທິປະໄຕ ຍ້ອນມີການສໍ້ໂກງການເລືອກຕັ້ງເມື່ອປີ 2007 ເຮັດໃຫ້ກຳມະການບໍລິຫານພັກທັງສາມຖືກຫ້າມເຄື່ອນໄຫວການເມືອງເປັນເວລາ 5 ປີ ແລະທ່ານ ສົມຊາຍ ວົງສະຫວັດ ນາຍກລັດຖະມົນຕີ ໃນຖານະຮັກສາການຫົວໜ້າພັກ ພວມທັງລັດຖະມົນຕີຫລາຍຄົນທີເປັນກຳມະການບໍລິຫານພັກຕ້ອງຫລຸດຈາກຕຳແໜ່ງ
  • 17 ທັນວາ ທ່ານ ອະພິສິດ ເວດຊາຊີວະ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທີ 27 ຂອງໄທ

13 ທັນວາ

13-22 ທັນວາ 2008 ມະຫະກຳກີລາແຫ່ງຊາດ ຄັ້ງທີ VIII ແຂວງຈຳປາສັກ ແລະຈຳປາສັກເກມ2008

ວັນເກີດ

16 ເມສາ - ເຈົ້າຍິງເອເລອໍນໍແຫ່ງແບນຊິກ

ວັນເສຍຊີວິດ