ພາສາລັດເຊຍ

ພາສາລັດເຊຍ (ру́сский язы́к, rússkiy yazýk, ອອກສຽງ [ˈruskʲɪj jɪˈzɨk])ແມ່ນພາສາສະລາບພາສາໜຶ່ງ ອັນຢູ່ໃນຕະກູນພາສາອິນໂດ-ເອີລົບ ແລະ ແມ່ນໜຶ່ງໃນບັນດາພາສາສະລາບຕອນຕະເວັນອອກທີ່ຍັງຫຼົງເຫຼືອຢູ່. ຂໍ້ຄວາມໃນຮູບແບບຂຽນຂອງພາສາສະລາບຕອນຕະເວັນອອກບູຮານ ມີການຄົ້ນພົບຈາກຕັ້ງແຕ່ສະຕະວັດທີ່ 10. ພາສາລັດເຊຍເວົ້າກັນໂດຍຫຼາຍໃນປະເທດລັດເຊຍ, ປະເທດເບລາລູດ, ປະເທດຢູເຄນ, ປະເທດຄາຊັກສະຖານ, ແລະ ປະເທດຄີກີສະຖານ. ນອກຈາກນີ້ຍັງເວົ້າໃນປະເທດອື່ນໆ ທີ່ເຄີຍເປັນສະມາຊິກເກົ່າຂອງສະຫະພາບໂຊວຽດອີກດ້ວຍ. ມີຜູ້ເວົ້າທົ່ວໂລກທັງໝົດປະມານ 143 ລ້ານຄົນ.[1]
ອ້າງອີງ
- ↑ Lewis, M. Paul (ed.), 2009. Ethnologue: Languages of the World, Sixteenth edition. Dallas, Tex.: SIL International. Online version: http://www.ethnologue.com/.
ພາສາລັດຖະການຂອງສະຫະປະຊາຊາດ |
|
---|---|
![]() ![]() |